ສົມເດັດ ພຣະຣາຊາ ອັງຣີ ແຫ່ງ ຣາຊະອານາຈັກ ລຸກຊໍາບວກ ແລະ ຄະນະ ໄດ້ເດີນທາງໄປຢ້ຽມຢາມແຂວງຫຼວງພະບາງ ດ້ວຍລົດໄຟ ລາວ-ຈີນ ຂະບວນພິເສດ ໃນຕອນເຊົ້າວັນທີ 8 ທັນວາ 2022, ຊຶ່ງກ່ອນການອອກເດີນທາງ ສົມເດັດ ພຣະຣາຊາ ອັງຣີ ໄດ້ຢ້ຽມຊົມ ແລະ ຮັບຟັງການລາຍງານສະພາບ ຈາກຜູ້ຮັບຜິດຊອບ ສະຖານີລົດໄຟ ລາວ-ຈີນ, ພ້ອມນີ້ ສົມເດັດ ຍັງໄດ້ຢ້ຽມຊົມລົດໄຟຂະບວນດັ່ງກ່າວ.
ໃນເວລາທີ່ເດີນທາງໄປເຖິງສະຖານີລົດໄຟຫຼວງພະບາງ ສົມເດັດ ພຣະຣາຊາ ອັງຣີ ພ້ອມຄະນະ ໄດ້ຮັບການຕ້ອນຮັບຢ່າງອົບອຸ່ນໂດຍ ທ່ານ ຄໍາຂັນ ຈັນທະວີສຸກ, ເຈົ້າແຂວງໆຫຼວງພະບາງ ພ້ອມດ້ວຍບັນດາການນໍາແຂວງຈໍານວນໜຶ່ງ.
https://doodido.com/%e0%ba%aa%e0%ba%bb%e0%ba%a1%e0%bb%80%e0%ba%94%e0%ba%b1%e0%ba%94-%e0%ba%9e%e0%ba%a3%e0%ba%b0%e0%ba%a3%e0%ba%b2%e0%ba%8a%e0%ba%b2-%e0%ba%ad%e0%ba%b1%e0%ba%87%e0%ba%a3%e0%ba%b5-%e0%bb%80%e0%ba%94/
|