ພິທີມອບ-ຮັບໂຄງການສົ່ງເສີມຄອບຄົວຕົວແບບລ້ຽງແບ້ ໄດ້ຈັດຂື້ນຢູ່ທີ່ບ້ານແຈ້ງ ເມືອງທຸລະຄົມ ແຂວງວຽງຈັນ ໂດຍໄດ້ຮັບການຊ່ວຍເຫລືອຂອງໂຄງການທີ່ເຫັນຜົນໄວ (Quick Impact Project) ຈາກລັດຖະບານ ແລະ ປະຊາຊົນອິນເດຍ ຜ່ານໂຄງການຮ່ວມມືແມ່ນໍ້າຂອງ-ແມ່ນ້ຳຄົງຄາ ມີມູນຄ່າ 50.000 ໂດລາສະຫະລັດ ໂດຍມີ 3 ຄອບຄົວ ເຂົ້າຮ່ວມກິດຈະກໍາດັ່ງກ່າວ. ນອກຈາກນີ້, ຍັງມີການປະກອບສ່ວນຂອງຄອບຄົວຕົວແບບ ທີ່ສະໝັກໃຈເຂົ້າຮ່ວມຈັດຕັ້ງໂຄງການດັ່ງກ່າວ 400 ກວ່າລ້ານກີບ.
https://doodido.com/%e0%bb%82%e0%ba%84%e0%ba%87%e0%ba%81%e0%ba%b2%e0%ba%99%e0%ba%95%e0%ba%bb%e0%ba%a7%e0%bb%81%e0%ba%9a%e0%ba%9a%e0%ba%81%e0%ba%b2%e0%ba%99%e0%ba%aa%e0%ba%bb/
|