ຄິດວ່າມະນຸດຄົນເຮົາທຸກຄົນໜ້າຈະເຂົ້າໃຈດີສຳລັບຄວາມຮູ້ສືກໃນລົດຊາດຂອງອາຫານທີ່ເຮົາໄດ້ຮັບປະທານເຂົ້າໄປ ຫລື ລວມທັງລົດຊາດຂອງຊິວິດ ແລະ ອື່ນໆ ທີ່ສື່ໃຫ້ເຮົາໄດ້ຮັບຮູ້ເຖິງຄວາມສືກເຊັ່ນ: ລົດຊາດຫວານ, ລົດຊາດເຄັມ, ລົດຊາດນົວ, ລົດຊາດສົ້ມ ຕ່າງໆ, ໃນນັ້ນອີກຄຳໜຶ່ງທີ່ຈະບົງບອກໃຫ້ຮູ້ວ່າການທີ່ຂາດໄປຂອງລົດຊາດດັ່ງກ່າວ ຫລື ຄວາມບໍ່ພໍດີ, ຄວາມບໍ່ພຽງພໍຂອງລົດຊາດ ນັ້ນໆ ໃນພາສາລາວຈະເອີ້ນວ່າ ຈາງ.
ນອກຈາກນີ້, ຄຳວ່າ ຈາງ ຍັງສາມາດນຳໃຊ້ກັບຄວາມຮູ້ສືກຂອງຄົນເຮົາໃນການກະທຳຕ່າງໆ ທີ່ເຮັດໃຫ້ຮູ້ສືກວ່າບໍ່ພຽງພໍ, ຫາກວ່າເປັນໄວໜູ່ມສາວຕອນຮັກແພງກັນດີ ກໍຈະມັກເວົ້າກັນວ່າ ຄວາມຮັກນັ້ນ ຍັງຫວານປານນ້ຳເຜິ້ງຢູ່, ແຕ່ຫາກຢູ່ຕໍ່ມາຄວາມຮູ້ສືກດັ່ງກ່າວໄດ້ຫ່າງຫາຍໄປເທືອລະເລັກລະນ້ອຍຕາມການເວລາ, ກໍຈະເຮັດໃຫ້ຄວາມຮູ້ສືກນີ້ເປັນຄວາມຮັກທີ່ຈືດຈາງ ນີ້ກໍຄືອີກກໍລະນີທີ່ໃຊ້ໄດ້.
https://doodido.com/%e0%ba%a1%e0%ba%b2%e0%ba%ae%e0%ba%b9%e0%bb%89%e0%ba%88%e0%ba%b1%e0%ba%81%e0%ba%81%e0%ba%b1%e0%ba%9a%e0%ba%84%e0%bb%8d%e0%ba%b2%e0%ba%a7%e0%bb%88%e0%ba%b2-%e0%ba%88%e0%ba%b2%e0%ba%87/
|