ໃນວັນທີ 11 ມັງກອນ 2023 ໄດ້ຈັດກອງປະຊຸມກອງປະຊຸມສາມັນ ຄົບຄະນະກຳມະການສູນກາງແນວລາວສ້າງຊາດ (ສນຊ) ຄັ້ງທີ 2 ສະໄໝທີ XI ໄຂຂຶ້ນຢ່າງເປັນທາງການ ທີ່ສູນກາງແນວລາວສ້າງຊາດ ເພື່ອສະຫລຸບຕີລາຄາການເຄື່ອນໄຫວວຽກງານຂອງແນວລາວສ້າງຊາດໃນໄລຍະຜ່ານມາ ແລະ ສະເໜີແຜນວຽກງານຈຸດສຸມປີ 2023
ໂດຍການເປັນປະທານຂອງ ທ່ານ ສິນລະວົງ ຄຸດໄພທູນ ກຳມະການກົມການເມືອງສູນກາງພັກ, ປະທານ ສູນກາງແນວລາວສ້າງຊາດ, ພະອາຈານ ບຸນມາ ສິມມາພົມ ປະທານສູນກາງ ອົງການພຸດທະສາສະໜາສຳພັນແຫ່ງ ສປປ ລາວ, ມີຮອງປະທານ ສນຊ ປະຈຳການ ແລະ ບໍ່ປະຈຳການ, ປະທານແນວລາວສ້າງຊາດແຂວງ, ນະຄອນຫລວງວຽງຈັນ ພ້ອມດ້ວຍກໍາມະການ ສນຊ, ທີ່ປຶກສາ ແລະ ຜູ້ຮ່ວມງານ ທັງຢູ່ພາຍໃນ ແລະ ຕ່າງປະເທດ ເຂົ້າຮ່ວມກອງປະຊຸມທັງແບບເຊິ່ງໜ້າ ແລະ ທາງໄກ.
https://doodido.com/%e0%bb%80%e0%ba%9b%e0%ba%b5%e0%ba%94%e0%ba%81%e0%ba%ad%e0%ba%87%e0%ba%9b%e0%ba%b0%e0%ba%8a%e0%ba%b8%e0%ba%a1%e0%ba%aa%e0%ba%b2%e0%ba%a1%e0%ba%b1%e0%ba%99%e0%ba%84%e0%ba%bb%e0%ba%9a%e0%ba%84%e0%ba%b0/
|