ຈາກການທີ່ ສູນວັດທະນະທໍາຈີນ ປະຈໍາ ສປປ ລາວ ຈັດກິດຈະກໍາ “ບຸນມະໂຫລານເທສະການກຸດຈີນ” ປີ 2023 ແລະ ການວາງສະແດງຮູບແຕ້ມພູຜາ ແລະ ແມ່ນໍ້າຍຸກສະໄໝບູຮານ ຫົວຂໍ້ “ປະເທດຈີນງາມເໝືອນຮູບແຕ້ມ” ເປັນຮອບພິເສດ ໃຫ້ແກ່ສິດເກົ່າໂຮງຮຽນ “ຫົກເຈັດ” ແຂວງກວາງຊີ ເປັນຄັ້ງທຳອິດ ໂດຍມີສິດເກົ່າຫລາຍກວ່າ 50 ທ່ານ ໄດ້ເຂົ້າຮ່ວມ.
ພາຍໃນງານບຸນມະໂຫລານເທສະການກຸດຈີນ, ສິດເກົ່າຈາກໂຮງຮຽນ ຫົກເຈັດ ໄດ້ຮັບຊົມການວາງສະແດງຮູບແຕ້ມພູຜາ ແລະ ແມ່ນໍ້າຍຸກສະໄໝບູຮານຂອງຈີນ ຫົວຂໍ້ “ປະເທດຈີນງາມເໝືອນຮູບແຕ້ມ”, ໄດ້ສໍາຜັດກັບຮີດຄອງປະເພນີອັນເປັນມູນເຊື້ອຂອງເທສະການກຸດຈີນ ເຊັ່ນ: ການຂຽນຕົວອັກສອນ “ຝູ” (福=ຄວາມສຸກ, ໂຊກລາບ), ຮຽນຮູ້ວິທີການຫໍ່ກ້ຽວ ແລະ ກິດຈະກໍາອື່ນໆ.
https://doodido.com/%e0%ba%a1%e0%ba%b0%e0%bb%82%e0%ba%ab%e0%ba%a5%e0%ba%b2%e0%ba%99%e0%bb%80%e0%ba%97%e0%ba%aa%e0%ba%b0%e0%ba%81%e0%ba%b2%e0%ba%99%e0%ba%81%e0%ba%b8%e0%ba%94%e0%ba%88%e0%ba%b5%e0%ba%99-%e0%ba%ae%e0%ba%ad/
|