ໃນວັນທີ 16 ມັງກອນ 2023 ນີ້, ລັດວິສາຫະກິດໄຟຟ້າລາວ ຈັດກອງປະຊຸມກ່ຽວກັບການດໍາເນີນທຸລະກິດ ຂອງລັດວິສາຫະກິດໄຟຟ້າລາວ ໃນສະພາບວິກິດພະລັງງານໂລກ ແລະ ສະພາບູວາມຫຍຸ້ງຍາກທາງດ້ານການເງິນ ຕິດພັນກັບການພັດທະນາເສດຖະກິດ-ສັງຄົມຂອງຊາດ
ໂດຍການເປັນປະທານຂອງ ທ່ານ ພູທະນູເພັດ ໄຊສົມບັດ ຮອງລັດຖະມົນຕີກະຊວງການເງິນ, ທັງເປັນຫົວຫນ້າຄະນະປະຕິຮູບລັດວິສາຫະກິດໄຟຟ້າລາວ, ທ່ານ ຈັນທະບູນ ສຸກອາລຸນ ຜູ້ອໍານວຍການໃຫຍ່ລັດວິສາ ຫະກິດໄຟຟ້າລາວ, ຫົວໜ້າອົງການສື່ມວນຊົນ ແລະ ພາກສ່ວນກ່ຽວຂ້ອງເຂົ້າຮ່ວມ ເພື່ອເປັນການສ້າງຄວາມເຂົ້າໃຈເລຶກເຊິ່ງຂຶ້ນຕື່ມໃຫ້ກັບຜູ້ຊົມໃຊ້ໄຟຟ້າ ກໍຄືຜູ້ປະກອບການທົ່ວປະເທດ ກ່ຽວກັບການສະໜອງໄຟຟ້າ ໃຫ້ຜູ້ຊົມໃຊ້ໄຟ.
https://doodido.com/%e0%ba%aa%e0%bb%89%e0%ba%b2%e0%ba%87%e0%ba%84%e0%ba%a7%e0%ba%b2%e0%ba%a1%e0%bb%80%e0%ba%82%e0%ba%bb%e0%bb%89%e0%ba%b2%e0%bb%83%e0%ba%88%e0%bb%83%e0%ba%ab%e0%bb%89%e0%ba%81%e0%ba%b1%e0%ba%9a%e0%ba%9c/
|